ໃນລະຫວ່າງ ວັນທີ 10 – 12 ເມສາ 2015 ແຂວງຫົວພັນ ໄດ້ຕ້ອນຮັບ ຄະນະຜູ້ແທນຂັ້ນສູງ ຂອງແຂວງ ຮວາບີງ ແຫ່ງ ສສ ຫວຽດນາມ ທີ່ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງ ຫົວພັນ ຊື່ງນຳໂດຍ ສະຫາຍ ບຸ້ຍ ວັນ ຕີ້ງ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານ ສະພາປະຊາຊົນ ແຂວງຮວາບີງ ພິທີພົບປະ ໄດ້ຈັດຂື້ນ ຢູ່ທີ່ຫ້ອງຮັບແຂກ ຊັ້ນ 2 ຂອງຫ້ອງວ່າການປົກຄອງແຂວງ ໃນເວລາ 15:00 ຂອງວັນທີ 11 ເມສາ 2015, ສະຫາຍ ຄຳຮຸ່ງ ເຮືອງວົງສີ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານ ພັກແຂວງ, ເຈົ້າແຂວງຫົວພັນ ໄດ້ກ່າວສະແດງ ຄວາມຍີນດີຕ້ອນ ແລະ ລາຍງານ ສະພາບການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ ໂດຍຫຍໍ້ ຕໍ່ຄະນະຜູ້ແທນ ຂັ້ນສູງ ແຂວງ ຮວາບີງ ເພື່ອຮັບຊາບ, ຈາກນັ້ນ ສະຫາຍ ບຸ້ຍ ວັນ ຕີ້ງ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນ ແຂວງ ຮວາບີງ ກໍ່ໄດ້ລາຍງານບາງບົດຮຽນ ທີ່ໄດ້ຈັດຕັ້ງປະຕິບັດ ຢູ່ແຂວງ ຮວາບີງ ການສ້າງຕັ້ງໂຮງງານຊີມັງ, ການບໍລິການ ດ້ານການທ່ອງທ່ຽວ ແລະ ອື່ນໆ ຄະນະຜູ້ແທນທັງສອງຝ່າຍ ໄດ້ສົນທະນາກັນ ຢ່າງກົງໄປກົງມາ ແລະ ສຳເລັດ ດ້ວຍໝາກຜົນ ອັນຈົບງາມ, ນະໂອກາດມາຢ້ຽມຢາມ ຄັ້ງນີ້ ຂອງສະຫາຍ ບຸ້ຍ ວັນ ຕີ້ງ ກຳມະການ ສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນ ແຂວງຮວາບີງ ຍັງໄດ້ມອບທຶນ ເພື່ອພັດທະນາແຂວງ ຫົວພັນ ຈຳນວນ 10,000 ໂດລາສະຫະລັດ, ຝ່າຍແຂວງຫົວພັນ ກໍ່ໄດ້ມອບຂອງຂັວນ ທີ່ລະນຶກ ໃຫ້ກັບຝ່າຍແຂວງ ຮວາບີງ ແລະ ໃນຕອນຄ່ຳ ຂອງວັນດັ່ງກ່າວ ແຂວງ ຫົວພັນ ໄດ້ຈັດບາສີສູ່ຂວັນ ໃຫ້ກັບຄະນະຜູ້ແທນຂັ້ນສູງ ຂອງແຂວງ ຮວາບີງ ພິທີດັ່ງກ່າວ ໄດ້ຈັດຂື້ນຢູ່ທີ່ພັດທະຄານອາຫານບ້ານນາ, ເມືອງຊຳເໜືອ ແລະ ພ້ອມກັນຮ່ວມຮັບປະທານ ອາຫານຄ່ຳ ຈາກນັ້ນກໍ່ໄດ້ຮັບຊົມ ການສະແດງຂອງໜ່ວຍສິນລະປະ ຂອງໂຮງຮຽນ ມສ ພັນຊຳ, ໜ່ວຍສິນລະປະ ຂອງໂຮງໝໍແຂວງ ຫົວພັນ ແລະ ມີການຫົດນ້ຳອວຍພອນປີ່ໃໝ່ລາວ ໃຫ້ກັນ ແລະ ກັນ ເຊີ່ງເຮັດໃຫ້ບັນຍາກາດເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ
ແຂວງຮວາບີງ ໃຫ້ທຶນພັດທະນາແຂວງຫົວພັນ
ແຂວງຫົວພັນມອບຂອງທີ່ລະນຶກໃຫ້ແຂວງຮວາບີງ