loader image

ຄະນະທ່ານ ອົງການຜູ້ຕ່າງໜ້າກະຊວງ ຕຳຫຼວດ ແຫ່ງ ສສ ຫວຽດນາມ ປະຈຳ ສ ປ ປ ລາວ ມາຢຽມຢາມ ແລະ ເຮັດວຽກ ຢູ່ແຂວງຫົວພັນ

ການເຄື່ອນໄຫວ

ໃນຕອນເຊົ້າຂອງວັນທີ 28ພຶດສະພາ 2018ທີ່ຫ້ອງ​ຮັບແຂກ​ຫ້ອງວ່າການ​ປົກຄອງ​ແຂວງ​ຫົວພັນ ທ່ານ ພູ​ໂຊນ ທຳ​ມະ​ວີ​ໄຊ ຄະນະ​ປະຈຳ​ພັກ​ແຂວງ ຮອງ​ເຈົ້າ​ແຂວງ​ຫົວພັນ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຮ້ວາງ ກວາງ ​ເລຶອງ ຫົວໜ້າຄະນະ ອົງການ​ຜູ້​ຕ່າງໜ້າກະຊວງ​ຕຳຫຼວດແຫ່ງ ສສ.ຫວຽດນາມ ປະຈຳ​ ສ. ປ. ປ. ລາວ ພ້ອມດ້ວຍຄະນະ ເນື່ອງໃນໂອກາດທີ່ເດີນທາງມາ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ສາມ​ແຂວງ​ພາກ​ເໜືອຂອງ ສປປ ລາວ ແຕ່ວັນທີ 23-31 ພະຈິກ 2018ນີ້.

ກ່ອນອື່ນ ທ່ານ ພູ​ໂຊນ ທຳ​ມະ​ວີ​ໄຊ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ສາມ​ແຂວງ​ພາກ​ເໜືອຂອງ ຂອງ ທ່ານ ຮ້ວາງ ກວາງ ​ເລຶອງ ພ້ອມດ້ວຍຄະນະ ໃນຄັ້ງນີ້ ເພື່ອເປັນການປະກອບສ່ວນສໍາຄັນ ໃນການເສີມຂະຫຍາຍຮັດແໜ້ນ ສາຍພົວພັນຮ່ວມມືວຽກງານ​ປ້ອງ​ກັນ​ຄວາມ​ສະຫງົບທີ່ມີມາແຕ່ດົນນານ, ມູນເຊື້ອຄວາມສາມັກຄີພິເສດ ລະຫວ່າງ ສອງພັກ, ສອງລັດ ກໍ່ຄື ປະຊາຊົນທັງສອງຊາດ ລາວ-ຫວຽດນາມ ໃຫ້ໝັ້ນຄົງທະນົງແກ່ນຕະຫຼອດໄປ. ພ້ອມດຽວກັນນັ້ນ​ ທ່ານ ພູ​ໂຊນ ທຳ​ມະ​ວີ​ໄຊ ຮອງ​ເຈົ້າ​ແຂວງ​ຫົວພັນ​ກໍ່ໄ​ດ້ລາຍ​ງານ​ສະພາບ​ການ​ພັດທະນາ​ເສດຖະກິ​ສັງຄົມຂອງ​ແຂວງ​ຫົວພັນ ​ແລະ ສະພາບການ​ຮ່ວມມື​ຂອງ​ບັນດາ​ແຂວງ​ຂອງ ສສ ຫວຽດນາມ​ ທີ​ມີ​ຊາຍ​ແດນ​ຕິດ​ກັບ​ແຂວງ​ຫົວພັນ.

ໂອກາດດຽວກັນນີ້, ທ່ານ ຮ້ວາງ ກວາງ ​ເລຶອງໄດ້ສະແດງຄວາມຂອບໃຈຕໍ່ ໃຫ້ການຕ້ອນຮັບຢ່າງອົບອຸ່ນ ໃນຄັ້ງນີ້ ພ້ອມທັງ ແຈ້ງຈຸດປະສົງ ຂອງການມາເຮັດວຽກກັບ ພະ​ແນ​ກການທີ່ກ່ຽວຂ້ອງ ​ແລະ ທັງ​ສອງ​ທ່ານ​ກໍ່ຍັງ​ໄດ້​ໂອ​ລົມ​ກັນ​ບາງ​ບັນຫາ​ເຊັ່ນ​ວ່າ: ວຽກປ້ອງ​ກັນ​ຄວາມ​ສະຫງົບ, ວຽກງານ​ການ​ຄຸມ​ຄອງ​ຄົນ​ຕ່າງປະ​ເທດ ​ແລະ ການ​ຄ້າຂາຍ, ການ​ທຳ​ການ​ຜະລິດ​ກະສິກຳ​ຕິດ​ເຂດ​ເສັນ​ສາຍ​ແດນແນໃສ່ເຮັດໃຫ້ສອງພາກຊາຍແດນມີຄວາມສະຫງົບປອດໄພ.