ຄະນະທີມງານກົມທີ່ດິນ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມໄດ້ລົງມາເຄື່ອນໄຫວວຽກງານ ຢູ່ແຂວງຫົວພັນ

ການເຄື່ອນໄຫວ, ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ

ໃນລະຫວ່າງວັນທີ 19-20 ມິຖຸນາ 2023 ນີ້ ຄະນະທີມງານຈາກກົມທີ່ດິນ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມໄດ້ລົງມາເຄື່ອນໄຫວວຽກງານ ຢູ່ແຂວງຫົວພັນ ໂດຍທ່ານ ປອ ລີວາເມັງ ບົວປາວ ຮອງຫົວໜ້າກົມທີ່ດິນ, ໃນການເຄື່ອນໄຫວວຽກງານຄັ້ງນີ້ຍັງໄດ້ເຂົ້າພົບ ທ່ານ ພຸດພັນ ແກ້ວມີໄຊ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງຫົວພັນ ເພື່ອລາຍງານຈຸດປະສົ່ງຂອງການມາເຄື່ອນໄຫວວຽກຄັ້ງນີ້; ຈາກນັ້ນກໍ່ໄດ້ການລົງຊຸກຍູ້, ຕິດຕາມ ແລະ ແນະນໍາວຽກງານຂຶ້ນທະບຽນອອກໃບຕາດິນ ແລະ ວຽກ ງານຂົງເຂດທີ່ດິນແບບຮອບດ້ານ ຢູ່ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງຊໍາ ເໜືອ ແລະ ເມືອງວຽງໄຊ,ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ສໍສະຫວັນ ບານຄໍາມີ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງຫົວພັນ ແລະ ທ່ານ ປອ ລີວາເມັງ ບົວປາວ ຮອງຫົວໜ້າກົມທີ່ດິນ ກຊສ ມີຜູ້ເຂົ້າຮ່ວມທັງໝົດ 72 ທ່ານ, ຍິງ 27 ທ່ານ.