ໃນຕອນແລງຂອງວັນທີ 28 ພຶດສະພາ 2018 ທີ່ຫ້ອງຮັບແຂກຫ້ອງວ່າການປົກຄອງແຂວງຫົວພັນ ສະຫາຍ ວັນໄຊ ແພງຊຸມມາ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຫົວພັນ ໄດ້ໃຫ້ກຽດຕ້ອນຮັບສອງຄະນະຂອງ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບ ນຳໂດຍ ສະຫາຍ ວູ່ ກວາງ ຍາກ ຫົວໜ້າຄະນະປະສານງານທະຫານອາສາສະໝັກ ແລະ ຊຽວຊານ ຫວຽດນາມຊ່ວຍພາກໃຕ້ຂອງລາວ ແຂວງ ຟູຖໍ້ ແລະ ສະຫາຍ ນົງ ເຟືອງ ນາມ ຫົວໜ້າຄະນະປະສານງານກອງພົນ 613 ແຂວງ ອຽນບາຍ ສສ ຫວຽດນາມ ພ້ອມດ້ວຍຄະນະ 38 ທ່ານ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫົວພັນ.
ໂອກາດນີ້ ສະຫາຍ ວັນໄຊ ແພງຊຸມມາ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫົວພັນຂອງສອງຄະນະ ດັ່ງກ່າວຈາກ ສສ ຫວຽດນາມ ເພື່ອເປັນການປະກອບສ່ວນສໍາຄັນ ໃນການເສີມຂະຫຍາຍຮັດແໜ້ນ ສາຍພົວພັນຮ່ວມມືທີ່ມີມາແຕ່ດົນນານ, ມູນເຊື້ອຄວາມສາມັກຄີພິເສດ ລະຫວ່າງ ສອງພັກ, ສອງລັດ ກໍ່ຄື ປະຊາຊົນທັງສອງຊາດ ລາວ-ຫວຽດນາມ ໃຫ້ໝັ້ນຄົງທະນົງແກ່ນຕະຫຼອດກາລະນານ.
ຈາກນັ້ນ ສະຫາຍ ວັນໄຊ ແພງຊຸມມາ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຫົວພັນກໍ່ໄດ້ລາຍງານສະພາບຈຸດພິເສດ, ການພັດທະນາເສດຖະກິດ-ສັງຄົມຂອງແຂວງຫົວພັນ, ວຽກງານທີ່ພົ້ນເດັ່ນທີປະຕິບັດໄດ້ໃນປີ 2018 ເຊັ່ນ: ວ່າໄດ້ຈັດກອງປະຊຸມລັດຖະບານ, ກອງປະຊຸມສຳມະນາວິທະຍາສາດບັ້ນຮົບປົດປ່ອຍຜາຖີຄົບຮອບ 50 ປີ, ການກະກຽມການສະເຫຼີມສະຫຼອງເມືອງວຽງໄຊທີ່ໝັ້ນການປະວັດລາວຄົບຮອບ 50 ປີ ແລະ ສະພາບການພົວພັນຮ່ວມືກັບບັນດາແຂວງຂອງ ສສ ຫວຽດນາມ ທີໃຫ້ການຊ່ວຍເຫຼືອແຂວງຫົວພັນ. ພ້ອມດຽວກັນນັ້ນ ສະຫາຍ ວູ່ ກວາງ ຍາກ ໄດ້ສະແດງຄວາມຂອບໃຈຕໍ່ ໃຫ້ການຕ້ອນຮັບຢ່າງອົບອຸ່ນ ຂອງຢ້ຽມຢາມ ແລະ ເຮັດວຽກຄັ້ງນີ້ ພ້ອມທັງ ແຈ້ງຈຸດປະສົງ ແລະ ໂອລົມເຖິ່ງມູນເຊື້ອການຕໍ່ສູ້ກູ້ຊາດໃນໄລ່ຍະທີຜ່ານມາ ຂອງອາດີດນັກຮົບປະຕິຫວັດ ສອງຊາດອ້າຍນ້ອງ ລາວ-ຫວຽດນາມ. ຈາກນັ້ນ ສະຫາຍ ວັນໄຊ ແພງຊຸມມາ ໄດ້ອວຍພອນໃຫ້ສອງຄະນະດັ່ງກ່າວ ຈົ່ງເຄື່ອນໄຫວທ່ອງທ່ຽວຢຽມຢາມແຂວງຫົວພັນດ້ວຍຄວາມເບີກບານມ່ວນຊື່ນ ແລະ ອວຍພອນໃຫ້ສາຍພົວພັນຮ່ວມມືອັນທີມີມູນເຊື້ອຍາວນານຈົ່ງຂຽວສົດງົດງາມ ແລະ ຢືນຢົງຕະຫຼອດໄປ.