ເພື່ອເຮັດໃຫ້ການກຳນົດລະບຽບການ ແລະ ຄວາມຮັບຜິດຊອບ ກ່ຽວກັບການພັດທະນາ ພະນັກງານ-ລັດຖະກອນ ຂອງຂະແຫນງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ດຳເນີນຢ່າງເປັນລະບົບຖືກຕ້ອງ ແລະ ເອກະພາບແນ່ໃສ່ສ້າງຄວາມເຂັ້ມແຂງໃຫ້ພະນັກງານ-ລັດຖະກອນໃນການປະຕິບັດຫນ້າທີ່ວຽກງານ ຂອງຕົນໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ ວັນທີ 15 ມີຖຸນາ 2023 ນີ້ ກົມຈັດຕັ້ງ ແລະ ພະນັກກງານ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຮ່ວມກັບ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຫົວພັນ ຈັດກອງປະຊຸມ ຕິດຕາມ ແລະ ຊຸກຍູ້ວຽກງານ ຂອງຈັດຕັ້ງ ແລະ ພະນັກງານ ຢູ່ພະແນກ ຊສ ແຂວງຫົວພັນ ຢູ່ທີ່ຫ້ອງປະຊຸມໃຫ່ຍ ຂອງພະແນກ ພາຍໃຕ້ການເປັນປະທານຂອງ ທ່ານ ວິພັນໄຊ ຈັນສະມຸດ ຮອງກົມຈັດຕັ້ງ-ພະນັກງານ ກຊສ ແລະ ເປັນກຽດເຂົ້າຮ່ວມ ຂອງທ່ານ ພອນສິນ ພົມປານດາ ຮອງຫົວໜ້າພະແນກຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ,ຜູ່ຕ່າງໜ້າຈາກ ຄະນະຈັດຕັ້ງແຂວງ,ພະແນກພາຍໃນແຂວງ ແລະຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ 10 ເມືອງ ພ້ອມດ້ວຍຫົວໜ້າ,ຮອງຂະແຫນງຕະຫຼອດຮອດພະນັກງານ-ລັດຖະກອນພາຍໃນເຂົ້າຮ່ວມທັງໝົດ 40 ກວ່າຄົນ ຍິງ 15 ຄົົນ.