ຕອນແລງ ຂອງວັນທີ 18 ກັນຍາ 2023 ນີ້, ກໍາມະບານຮາກຖານພະແນກຍຸຕິທຳ ແຂວງຫົວພັນ ໄດ້ສ້າງຂະບວນການອອກແຮງງານ ອະນາໄມຕັດຫຍ້າ ແລະ ໂສກຮ່ອງລະບ່າຍນ້ຳເສຍ ໃນຂອບເຂດຫ້ອງການຂອງຕົນ ໂດຍການນຳພາຂອງທ່ານ ນາງ ພູເຮືອງ ພົມມະວັນ ຮອງຫົວໜ້າພະແນກຍຸຕິທຳແຂວງ, ທ່ານ ສັນຕິ ພັນຈ່າງລີ ປະທານກຳມະບານຮາກຖານພະແນກຍຸຕິທຳ ແລະ ມີສະມາຊິກກຳມະບານເຂົ້າຮ່ວມຢ່າງເປັນຂະບວນການຟົດຟື້ນ. ໃນການອອກແຮງງານໃນຄັ້ງນີ້ກໍ່ເພື່ອຂໍ່ານັບຮັບຕ້ອນ ກອງປະຊຸມຄົບຄະນະບໍລິຫານງານ ກາງສະໄໝ ຂອງຄະນະບໍລິຫານງານສະຫະພັນກໍາມະບານແຂວງ ສະໄໝທີ VIII ທີ່ຈະໄຂຂຶ້ນໃນລະຫວ່າງທ້າຍເດືອນ ກັນຍາ 2023 ນີ້ ແລະ ທັງເປັນການສ້າງຂະບວນການ ເພື່ອຂ່ຳນັບຮັບຕ້ອນວັນສຳຄັນຂອງຊາດ, ຂອງພັກ ທີ່ຈະມາຮອດນີ້ໃຫ້ເຕັມໄປດ້ວຍຄວາມໝາຍ ແລະ ຄວາມສຳຄັນ.