ເພື່ອເປັນການສ້າງຂະບວນການ ຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງຫົວພັນ ຄັ້ງທີ IX ແລະ ເປັນການຜູກແໜ້ນ ຄວາມສາມັກຄີ ກັບບັນດາພະແນກການ ແລະ ເປັນການອອກກຳລັງກາຍ ເພື່ອສຸຂະພາບ ແລະ ປອດສີ່ງເສບຕິດ ໃນຕອນແລງ ຂອງວັນທີ 7 ມັງກອນ 2015 ຫ້ອງວ່າການປົກຄອງແຂວງ ຫົວພັນ ນຳໂດຍທ່ານ ວົງເພັດ ບຸນມະນີ ຮອງຫົວໜ້າຫ້ອງວ່າການ ປົກຄອງແຂວງຫົວພັນ ພ້ອມດ້ວຍພະນັກງານ ວິຊາການ ໄດ້ພົບປະແລກປ່ຽນ ການແຂ່ງຂັນກິລາ ບານເຕະ ຟຸດຊໍ ທັງທີມ ຍິງ ແລະ ຊາຍ ພົບປະກັບທີມເຕະບານ ຂອງພະແນກອຸດສາຫະກຳ ແລະ ການຄ້າແຂວງ ເຊີ່ງນຳໂດຍ ທ່ານ ດຣ. ບຸນວິໄຊ ກົງປາລີ ຮອງຫົວໜ້າພະແນກ ອຸດສາຫະກຳ ແລະ ການຄ້າ ແຂວງ ພ້ອມດ້ວຍພະນັກງານວິຊາການ ຂອງພະແນກ ຜ່ານການແຂ່ງຂັນ ປະກົດວ່າ ທີມຂອງຫ້ອງວ່າການປົກຄອງແຂວງ ທີມ ຍິງ ແລະ ຊາຍ ສາມາດຍາດເອົາໄຊຊະນະ ຈາກທີມຂອງພະແນກ ອຸດສາຫະກຳ ແລະ ການຄ້າ ດ້ວຍຄະແນນ ດັ່ງນີ້: ທີມຍີງ ຄະແນນ 5 – 0, ທີມຊາຍ ຄະແນນ 9 – 6 ຈາກນັ້ນ, ນັກກິລາທັງສອງຝ່າຍ ໄດ້ມີການພົບປະສ້າງສັນ ຄວາມສາມັກຄີ ແລະ ຄວາມມ່ວນຊື່ນຮ່ວມກັນ ເຊີ່ງເຮັດໃຫ້ບັນຍາກາດຂອງງານ ດັ່ງກ່າວ ເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ ແບບມິດຕະພາບ.
ການສ້າງຂະບວນການ ຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງ ຫົວພັນ ຄັ້ງທີ IX ແລະ ເປັນການຜູກແໜ້ນ ຄວາມສາມັກຄີ ກັບບັນດາ ພະແນກການ
