ການນຳແຂວງຫົວພັນໄປຢ້ຽມຢາມອວຍພອນບຸນປີໃຫມ່ ສສ ຫວຽດນາມ

ການເຄື່ອນໄຫວ

ໃນ​ລະຫວ່າງວັນ​ທີ 1-3 ກຸມພາ 2018 ທີ່ຜ່າ​ມມາ ສະຫາຍ ວັນ​ໄຊ ​ແພງ​ຊຸມ​ມາ ​ກຳມະການ​ສູນ​ກາງ​ພັກ ​ເລຂາ​ພັກ​ແຂວງ ​ເຈົ້າ​ແຂວງ​ແຂວງ​ຫົວພັນ ພ້ອມ​ດ້ວຍ​ຄະນະ ​ໄດ້​ສຳ​ເລັດ​ການ​ໄປຢ້ຽ​ມຢາມ ​ແລະ  ອວຍພອນ​ບຸນປີ​ໃຫມ່ ຢູ່​ສາມແຂວງ​ຄື: ແຂວງ​ເງ້ອານ, ​ແຂວງ​ແທັງ​ຮ່ວາ ​ແລະ ​ແຂວງບັກ​ນິງ ສາທາລະນະ​ລັດ​ສັງຄົມ​ນິຍົມ​ຫວຽດນາມ ​ເຊິ່ງ​ໄດ້​ຮັບ​ການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ​ ​ແລະ ສະໜິດສະໜົມຈາກ​ການ​ນຳ​​ແຂວງຂອງ​ບັນດາ​ແຂວງ.

ການ​ໄປ​ຢ້ຽມຢາມ​ອວຍພ​ອນບຸນປີ​ໃຫມ່ຄັ້ງ​ນີ້​ເປັນ​ການ​ສືບຕໍ່ຜັນ​ຂະຫຍາ​ຍ​ເນື້ອ​ໃນ​ຈິດ​ໃຈ​ປີ​ສາມັກ​ຄີ ​ລາວ-​ຫວຽດ, ມູນ​ເຊື້ອ​ແຫ່ງ​ການ​ພົວພັນ​ມິດຕະພາບ, ຄວາມ​ສາມັກ​ຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະ​ຫວ່າງ​ສອງ​ຊາດ​ເວົ້າ​ລວມ​, ເວົ້າ​ສະ​ເພາະ​ແມ່ນ​ແຂວງ​ຫົວພັນກັບ ແຂວງ​ເງ້ອານ, ​ແຂວງ​ແທັງ​ຮ່ວາ ​ແລະ ​ແຂວງບັກ​ນິງ ​ໃຫ້ໝັ້ນຄົງ​ຕະຫຼອດ​ໄປ. ການ​​ໄປຢ້ຽມຢາມ​ບຸນປີ​ໃຫມ່ 2018 ຂອງ​ຊາວ​ຫວຽດນາມ​ຄັ້ງ​ນີ້, ທັງ​ສອງ​ຝາຍ​ກໍ່​ໄດ້​ແລກປ່ຽນລາຍ​ງານ​ສະພາບ​ການ​ພັດທະນາ​ເສດຖະກິດ​ສັງ-​ຄົມ​ສັງຄົມ ໂດຍສະ​ເພາະ​ແມ່ນ​ການກໍ່ສ້າງ​ພືນ​ຖານ​ໂຄງ​ລ່າງ, ການ​ພັດທະນາ​ເຂດ​ຊາຍ​ແດນ​ເຊື່ອມ​ຕໍ່ລະຫວ່າງ ​ເມືອງ​ກັບ​ເມືອງ, ບ້ານ​ກັບ​ບ້ານ​, ແລ້ວຍັງ​ໄດ້​ພ້ອມ​ກັນ​ປຶກສາ​ຫາລື​ແຜນການ​ຮ່ວມ​ມື 2018 ຕື່ມອີກ. ນອກຈາກ​ນັ້ນ​ ສະຫາຍ​ ວັນ​ໄຊ ​ແພງ​ຊຸມ​ມາ ກຳມະການ​ສູນ​ກາງ​ພັກ, ​ເລຂາ​ພັກ​ແຂວງ, ​ເຈົ້າ​ແຂວງ​ແຂວງ​ຫົວພັນ ຍັງ​ໄດ້​ສະ​ແດງ​ຄວາມ​ຍ້ອງຍໍ​ຊົມ​ເຊີຍຕໍ່ການ​ຮ່ວມ​ມື​ຊ່ວຍ​ເຫຼືອ ຂອງບັນດາແຂວງ​ ສສ ຫວຽດນາມ ໃນໄລຍະຜ່ານມາ ​ແລະ ຍັງໄດ້ອວຍພອນ​ໃຫ້ແກ່ການ​ນຳ ​ແລະ ປາ​ຊາ​ຊົນບັນດາເຜົ່າຂອງ​ສາມແຂວງ ສສ ຫວຽດນາມ ຈົ່ງ​ພ້ອມ​ກັນຫຼີ້ນບຸນປີ​ໃຫມ່​ປະຈຳ​ຊາດ​ຂອງ​ຕົນ ​ໃຫ້​ເບິີກບານ​ມ່ວນ​ຊື່ນ​ ພ້ອມ​ກັນ​ພັດທະນາ​ ປະ​ເທດ​ຊາດ​ບ້ານເມືອງຂອງຕົນ ໃຫ້​ຮັ່ງມີ​ເຂັມ​ແຂງ​, ຈະ​ເລີ​ນຮຸ່ງ​ເຮືອງ​ຂື້ນ​ຢ່າງ​ບໍ່ຢຸດ​ຢັ້ງ ແລະ ອວຍພອນນຳໃຈສາມັກຄີແບບພິເສດ ລາວ-ຫວຽດນາມ, ຫວຽດນາມ-ລາວ ຈົ່ງໝັ້ນຄົງທະນົງແກ່ນຊົ່ວກາລະນານ.

 ການ​ຕ້ອນຮັບ​ຈາກ​ການ​ນຳ​ແຂວງ ​ເງ້ອານ ​ໂດຍ ສະຫາຍ ຫງວຽນຊວນ​ເດືອ​ງ

ປະທານ​ຄະນະ​ກຳມະ​ການ​ປະຊາຊົນ​ແຂວງ ​ເງ້ອານ

ການ​ຕ້ອນຮັບ​ຈາກ​ການ​ນຳ​ແຂວງ ບັກນີງ ໂດຍສະຫາຍ ຫງວຽນເຍີນຈ້ຽງ ກຳມະການສູນກາງພັນ

ເລຂາພັກແຂວງ, ປະທານສະມາຊິກສະພາປະຊາຊົນ

 IMG 3128