ກອງປະຊຸມ ຄະນະຊີ້ນໍາແຜນງານ ຄຸ້ມຄອງທີ່ດິນ ແລະ ການວາງແຜນແບບມີສ່ວນຮ່ວມ ຂັ້ນແຂວງ

ການເຄື່ອນໄຫວ, ພະແນກ ແຜນການ ແລະ ການລົງທຶນ

ໃນຕອນແລງ ເວລາ 13 ໂມງ 30 ນາທີ ຂອງວັນທີ 10 ສິງຫາ 2023 ທີ່ຫ້ອງປະຊຸມ ສະໂມສອນເມືອງແອດ ແຂວງຫົວພັນ ໄດ້ເປີດກອງປະຊຸມຄະນະຊີ້ນຳຂັ້ນແຂວງ ແຜນງານຄຸ້ມຄອງທີ່ດິນ ແລະ ການວາງແຜນແບບມີສ່ວນຮ່ວມ (ໂຄງການຮ່ວມມືລາວ-ເຢຍລະມັນ GIZ-ELTeS ແລະ LMDP3), ໃຫ້ກຽດເປັນປະທານກອງປະຊຸມໂດຍທ່ານ ພອນສຸກ ອິນທະວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງ ຜູ້ຊີ້ນຳຂົງເຂດເສດຖະກິດ,  ມີທ່ານ ສີສົມພອນ ເພັດດາວເຮືອງ ຮອງຫົວໜ້າກົມຮ່ວມມືສາກົນ ກະຊວງແຜນການ ແລະ ການລົງທຶນ ຍັງມີທ່ານ ເບີນ ແມສເຊີສະມິດ ຫົວໜ້າແຜນງານທີ່ດິນລາວ-ເຢຍລະມັນ ປະຈຳ ສປປ ລາວ,  ມີບັນດາທ່ານ ຫົວໜ້າ/ຮອງຫົວໜ້າພະແນກການທີ່ກ່ຽວຂ້ອງຂັ້ນແຂວງ,  ບັນດາທ່ານ ຮອງເຈົ້າເມືອງ, ຫົວໜ້າຫ້ອງການກ່ຽວຂ້ອງຂັ້ນເມືອງ 3 ເມືອງເປົ້າໝາຍແຜນງານ ພ້ອມດ້ວຍພະນັກງານວິຊາການ ແລະ ທີ່ປຶກສາຂອງແຜນງານຂັ້ນສູນກາງ ແລະ ຂັ້ນແຂວງ. ເຂົ້າຮ່ວມທັງໝົດ 53 ທ່ານ, ຍິງ 8 ທ່ານ.

ກອງປະຊຸມໄດ້ຮັບກຽດມີຄຳເຫັນຊີ້ນຳ ແລະ ກ່າວເປີດຢ່າງເປັນທາງການຈາກທ່ານ ພອນສຸກ ອິນທະວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງ, ຮັບກຽດມີຄຳເຫັນຂອງທ່ານ ສີສົມພອນ ເພັດດາວເຮືອງ ຮອງຫົວໜ້າກົມຮ່ວມມືສາກົນ ກະຊວງແຜນການ ແລະ ການລົງທຶນ, ພ້ອມກັນນັ້ນທ່ານ ເບີນ ແມສເຊີສະມິດ ຫົວໜ້າ ແຜນງານທີ່ດິນລາວ – ເຢຍລະມັນ ປະຈຳ ສປປ ລາວ ກໍ່ໄດ້ມີຄຳເຫັນເຖິງພາບລວມກ່ຽວກັບແຜນງານຄຸ້ມຄອງທີ່ດິນທີ່ໄດ້ປະຕິບັດໃນໄລຍະຜ່ານມາ ແລະ ທິດທາງການສະໜັບສະໜູນໃນຕໍ່ໜ້າ. ຈາກນັ້ນຄະນະຮັບຜິດຊອບກອງປະຊຸມກໍ່ໄດ້ນຳສະ ເໜີຜົນສຳເລັດການຈັດຕັ້ງປະຕິບັດບັນດາກິດຈະກຳທີ່ໄດ້ຮັບການສະໜັບສະໜູນຈາກແຜນງານ/ໂຄງການຮ່ວມມືລາວ-ເຢຍລະມັນ (GIZ) ຢູ່ແຂວງຫົວພັນ ໂດຍສະເພາະແມ່ນ ກິດຈະກຳການວາງແຜນແບບມີສ່ວນຮ່ວມ, ການເຊື່ອມສານແຜນຈັດສັນທີ່ດິນ ກັບ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ແຂວງຫົວພັນ, ຜົນສຳເລັດກິດຈະກຳການວາງແຜນນຳໃຊ້ທີ່ດິນ ແລະ ການຄຸ້ມຄອງທີ່ດິນກະສິກຳແບບມີສ່ວນຮ່ວມຂັ້ນບ້ານ ແລະ ຜົນສຳເລັດກິດຈະກຳສົ່ງເສີມຮັບຮູ້ສິດນຳໃຊ້ທີ່ດິນຕາມປະເພນີ ແລະ ສຳຫຼວດວັດແທກຕອນດິນໃນທີ່ດິນ 3 ປະເພດປ່າໄມ້ ຢູ່ 3 ເມືອງເປົ້າໝາຍຄື: ເມືອງຫົວເມືອງ, ເມືອງຊ່ອນ ແລະ ເມືອງແອດ;

ຈຸດປະສົງ:

  • ນໍາສະເໜີພາບລວມຂອງແຜນງານທີ່ດິນ LMDP
  • ລາຍງານຜົນສຳເລັດ, ສິ່ງທທ້າທາຍ ແລະ ແຜນໃນຕໍ່ໜ້າ
  • ແຜນການ ຮ່ວມມື ແລະ ກິດຈະກຳ ໃນຕໍ່ໜ້າ
  • ຈັດພິທີ ການມອບເຄື່ອງອຸປະກອນ ໃຫ້ກັບເມືອງເປົ້າໝາຍ ແລະ ພິທີມອບໃບຍ້ອງຍໍໃຫ້ພັກງານງານ ທີ່ມີຜົນງານດີເດັນ   ແລະ ມອບຂອງທີ່ລະລືກ ຈາກການນຳເມືອງແອດ
  •