ກອງປະຊຸມປຶກສາຫາລືກ່ຽວຜ່ານແຜນການຄຸ້ມຄອງອ່າງຮັບນໍ້າ ນໍ້າເນີນ ແລະ ນໍ້າມ້າ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງຫົວພັນ ໂດຍການເປັນປະທານຂອງທ່ານ ປອ ອິນທະວີ ອັກຄະຣາດ ຫົວໜ້າ ກົມຊັບພະຍາກອນນໍ້າ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ

ການເຄື່ອນໄຫວ, ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ

ໃນຕອນເຊົ້າ ຂອງວັນທີ 03 ສິງຫາ 2023 ນີ້ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມສົມທົບກັບພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງຫົວພັນ, ຈັດກອງປະຊຸມປຶກສາຫາລືກ່ຽວຜ່ານແຜນການຄຸ້ມຄອງອ່າງຮັບນໍ້າ ນໍ້າເນີນ ແລະ ນໍ້າມ້າ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງຫົວພັນ ໂດຍການເປັນປະທານຂອງທ່ານ ປອ ອິນທະວີ ອັກຄະຣາດ ຫົວໜ້າ ກົມຊັບພະຍາກອນນໍ້າ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຊຶ່ງໃຫ້ກຽດເປັນປະທານຮ່ວມຂອງທ່ານ ພອນສິມ ພົມປານດາ, ຮອງຫົວໜ້າ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຫົວພັນ. ທີມງານສູນກາງ ,ຜູ້ຕ່າງໜ້າຈາກພະແນກ ຊສ ແຂວງຊຽງຂວາງ,ແຂວງຫຼວງພະບາງ ,ພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ, ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມເມືອງທີ່ຢູ່ໃນເຂດອ່າງຮັບນໍ້າຄື: ເມືອງຊໍາໃຕ້, ເມືອງກວັນ,ເມືອງຫົວເມືອງ,ເມືອງຊ່ອນ,ເມືອງສົບເບົາ,ເມືອງຊຽງຄໍ້,ເມືອງແອດ,ເມືອງວຽງໄຊ ແລະ ເມືອງຊຳເໜືອແຂວງຫົວພັນ; ເມືອງໂພນທອງ ແຂວງຫຼວງພະບາງ,ເມືອງແປກ,ເມືອງໜອງແຮດ,ເມືອງຄໍາ ແລະ ເມືອງຄູນ ແຂວງຊຽງຂວາງ,ຕະຫຼອດຮອດພະນັກງານ- ວິຊາການທີ່ກ່ຽວຂ້ອງ ຂອງກົມຊັບພະຍາ ກອນນໍ້າ ແລະ ອົງການຈັດຕັ້ງສາກົນອົງການເພື່ອອະນຸລັກທຳມະຊາດ (IUCN) ເຂົ້າ ຮ່ວມທັງໝົດ 70 ກວ່າທ່ານ, ຍິງ 11 ທ່ານ ໂດຍໄດ້ຮັບທຶນສະໜັບສະໜູນຈາກໂຄງການ ແຜນງານການນໍາໃຊ້ດິນຖ່ານຕົມແບບຍືນຍົງ ແລະ ຫຼຸດຜ່ອນໝອກຄັວນໃນອາຊຽນ (SUPA) ທີ່ຮັບທຶນມາຈາກສະຫະພາບຢູ່ຣົບ (EU), ລັດຖະບານເຢຍລະມັນ ໂດຍຜ່ານອົງການຮ່ວມມືເຢຍລະມັນລະຫວ່າງປະເທດ(GIZ).