ກອງປະຊຸມປາຖະກະຖາວັນຍຶດອຳນາດ ຄົບຮອບ 78 ປີ 23 ສິງຫາ 1945-23 ສິງຫາ 2023 ແລະ ຄົບຮອບ 48 ປີ 23 ສິງຫາ 1945-23 ສິງຫາ 2023

ການເຄື່ອນໄຫວ, ພະແນກ ແຜນການ ແລະ ການລົງທຶນ

ໃນຕອນແລງຂອງ ວັນທີ 23 ສິງຫາ 2023, ຢູ່ທີ່ຫ້ອງປະຊຸມໃຫ່ຍພະແນກ ແຜນການ ແລະ ການລົງທຶນ ໄດ້ຈັດກອງປະຊຸມປາຖະກະຖາວັນຍຶດອຳນາດ ຄົບຮອບ 78 ປີ 23 ສິງຫາ 1945-23 ສິງຫາ 2023 ແລະ ຄົບຮອບ 48 ປີ 23 ສິງຫາ 1945-23 ສິງຫາ 2023 ແລະ ຍັງໄດ້ຮ່ວມຊີວິດພະແນກ ປະຈຳເດືອນ 7 ແລະ ເດືອນ 8, ພາຍໃຕ້ການເປັນປະທານ ຂອງທ່ານ ຄອນທອງ ມະນີວອນ ກຳມະການພັກແຂວງ, ເລຂາຄະນະພັກຮາກຖານ ຫົວໜ້າພະແນກ ແຜນການ ແລະ ການລົງທຶນ, ຍັງມີຮອງຫົວໜ້າພະແນກ, ຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ ແລະ ພະນັກງານ-ລັດຖະກອນ ທັງໝົດພາຍໃນພະແນກເຂົ້າຮ່ວມ ຈຳນວນ 41 ທ່ານ, ຍິງ 17 ທ່ານ, ພ້ອມດຽວກັນນີ້ກອງປະຊຸມໃນຄັ້ງນີ້ຍັງໄດ້ ຜ່ານຂໍ້ຕົກລົງ ຂອງທ່ານເຈົ້າແຂວງ ສະບັບເລກທີ 211/ຫພ, ລົງວັນທີ 17 ກຸມພາ 2023 ວ່າດ້ວຍ ການມອບໃບຍ້ອງຍໍ ໃຫ້ແກ່ບຸກຄົນທີ່ມີຜົນງານດີເດັ່ນ ໃນການປະຕິບັດໜ້າທີ່ວຽກງານ ຂອງພະນັກງານ-ລັດຖະກອນ ພະແນກແຜນການ ແລະ ການລົງທຶນແຂວງ ປະຈຳປີ 2022. ເຊີ່ງໄດ້ຮັບໃບຍ້ອງຍໍໃນຄັ້ງນີ້ ຈຳນວນ 54 ທ່ານ, ຍິງ 19 ທ່ານ. ໃຫ້ກຽດມອບໃບຍ້ອງຍໍໃນຄັ້ງນີ້ໂດຍ ທ່ານ ຄອນທອງ ມະນີວອນ ຫົວໜ້າພະແນກ.