ກອງປະຊຸມທາບທາມຄວາມໄວ້ວາງໃຈການນໍາພາລວມ ແລະ ບຸກຄົນ ຄະນະບໍລິຫານງານພັກແຂວງຫົວພັນ ກາງສະໄໝທີ X ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 12 ມີຖຸນາ 2023 ນີ້ ທີ່ສະໂມສອນໃຫຍ່ຂອງແຂວງ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ປອ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ສປປ ລາວ; ສະຫາຍ ວັນໄຊ ແພງຊຸມມາ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງຫົວພັນ. ມີບັນດາສະຫາຍການນໍາຂັ້ນສູນກາງ, ຄະນະບໍລິຫານງານພັກແຂວງ, ຄະນະບໍລິຫານງານພັກເມືອງ 10 ເມືອງທົ່ວແຂວງ ຕະຫຼອດຮອດຄະນະຮາກຖານພັກ, ໜ່ວຍພັກອ້ອມຂ້າງແຂວງເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ເນື້ອໃນຕົ້ນຕໍແມ່ນເຊື່ອມຊືມຄຳສັ່ງຂອງຄະນະເລຂາທິການສູນກາງພັກ ເລກທີ 268/ຄລສພ, ລົງວັນທີ 20/1/2023 ວ່າດ້ວຍການດໍາເນີນກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກແຕ່ລະຂັ້ນ, ມາດຖານຄະນະບໍລິຫານງານພັກແຂວງ, ສິດ ແລະ ໜ້າທີ່ ຂອງຄະນະບໍລິຫານງານພັກແຂວງ ແລະ ບັນດາທ່ານຜູ້ແທນກອງປະຊຸມໄດ້ໃຊ້ສິດລົງຄະແນນສຽງໃສ່ບັດທາບທາມຫາງສຽງ ຄວາມເຊື່ອໝັ້ນໄວ້ວາງໃຈຕໍ່ການນໍາພາລວມ, ບຸກຄົນຄະນະບໍລິຫານງານພັກແຂວງຫົວພັນ ກາງສະໄໝທີ X ເປັນການຕີລາຄາທົບທວນຄືນເຖີງໝາກຜົນ ຂອງການນໍາພາລວມ ແລະ ບຸກຄົນຄະນະບໍລິຫານງານພັກແຂວງ ໃນໄລຍະສອງປີເຄິ່ງຜ່ານມາ ໂດຍເລັ່ງໃສ່ຍົກສູງຄວາມສາມາດນຳພາ ແລະ ລັກສະນະນໍາໜ້າ ຂອງຄະນະພັກທຸກຂັ້ນ, ເພື່ອກວດກາຄວາມຮັບຜິດຊອບດ້ານການເມືອງ ຂອງບັນດາສະຫາຍໃນຄະນະບໍລິຫານງານພັກແຂວງ ຕໍ່ການນຳພາລວມ ແລະ ຄວາມຮັບຜິດຊອບ ຂອງບຸກຄົນໃນຄະນະພັກຕາມການແບ່ງຄວາມຮັບຜິດຊອບ, ຊອກໃຫ້ເຫັນດ້ານຕັ້ງໜ້າ ທີ່ຈະເສີມຂະຫຍາຍ ແລະ ເຫັນໄດ້ດ້ານອ່ອນ, ຂໍ້ຄົງຄ້າງ ທີ່ຈະຕ້ອງໄດ້ປັບປຸງແກ້ໄຂ ໃຫ້ມີການຫັນປ່ຽນທີ່ຕັ້ງໜ້າ, ເປັນຂໍ້ມູນພື້ນຖານທີ່ສຳຄັນໃນການເບິ່ງບັນຫາຂອງການຈັດຕັ້ງໃຫ້ສະຫາຍຄະນະພັກທຸກຂັ້ນ, ເປັນບ່ອນອີງໃນການປັບປຸງປົວແປງກໍ່ສ້າງຕົນເອງ, ຍົກສູງບົດບາດຄວາມສາມາດນໍາພາຂອງຄະນະພັກໃຫ້ສູງຂຶ້ນ ແລະ ເສີມຂະຫຍາຍຄວາມເປັນແບບເປັນຢ່າງນໍາໜ້າ ຂອງບັນດາສະຫາຍຄະນະພັກ ໃຫ້ກາຍເປັນຄັນທຸງເຕົ້າໂຮມຄວາມສາມັກຄີ ເປັນກໍາລັງແຮງສັງລວມໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານທີ່ພັກ ແລະ ປະຊາຊົນມອບໝາຍໃຫ້ບັນລຸຜົນສໍາເລັດຕາມຄາດໝາຍວາງໄວ້, ກໍ່ຄືມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງວາງອອກໃຫ້ປະກົດຜົນເປັນຈິງ.
ໂອກາດນີ້, ທ່ານ ປອ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ສປປ ລາວ ໄດ້ມີຄຳເຫັນຕໍ່ກອງປະຊຸມ ໂດຍທ່ານໄດ້ຮຽກຮ້ອງໃຫ້ບັນດາຜຸ້ແທນກອງປະຊຸມເຊີດຊູຄວາມຮັບຜິດຊອບຂອງຕົນເຂົ້າໃນການທາບທາມຄວາມເຊື່ອໝັ້ນໄວ້ວາງໃຈຕໍ່ການນຳພາລວມ ແລະ ບຸກຄົນຄະນະບໍລິຫານງານພັກແຂວງ ຢ່າງພາວະວິໄສ ຖືກຕ້ອງຕາມຄວາມເປັນຈີງ ແລະ ຢຶດໝັ້ນຕາມຫຼັກການ, ກົດລະບຽບ ແລະ ທັດສະນະ ຂອງພັກຢ່າງຖືກຕ້ອງ; ທີ່ສຳຄັນແມ່ນຕ້ອງຫຼີກລ້ຽງການມີທັດສະນະອະຄະຕິສ່ວນຕົວ ເພື່ອເປັນການໂຈມຕີບຸກຄົນໃດບຸກຄົນໜຶ່ງ ຫຼື ຕໍ່ການຈັດຕັ້ງໃດໜຶ່ງຕໍ່ການນຳພາລວມ ໂດຍບໍ່ມີການວິເຄາະວິໄຈໄຕ່ຕອງຖີ່ຖ້ວນ ທີ່ຈະພາໃຫ້ບຸກຄົນ ຫຼືການຈັດຕັ້ງນັ້ນໆມີການເຊື່ອມເສຍ ແຕ່ໃນທີ່ນີ້ ບໍ່ໝາຍຄວາມວ່າຈະບໍ່ໃຫ້ມີການຕຳນິສົ່ງຂ່າວ ນັ້ນບໍ່ແມ່ນແຕ່ການຕຳນິສົ່ງຂ່າວ ຕ້ອງມີລັກສະນະທີ່ສ້າງສັນ ຮັບປະກັນເຮັດໃຫ້ບຸກຄົນ, ຄະນະພັກດັ່ງກ່າວໄດ້ຮັບຮູ້ ແລະ ພ້ອມກັນນັ້ນ ສະຫາຍທີ່ຖືກຕໍານິສົ່ງຂ່າວກໍໃຫ້ນໍາເອົາຄໍາຕໍານິສົ່ງຂ່າວໄປພິຈະລະນາ ເພື່ອເປັນບົດຮຽນ ແລະ ປັບປຸງປົວແປງຕົນເອງ ໃຫ້ມີການຫັນປ່ຽນທີ່ຕັ້ງໜ້າ.
ໂອກາດດຽວກັນນີ້, ຍັງໄດ້ປະດັບຫຼຽນໄຊແຮງງານຊັ້ນ I ໃຫ້ການນຳແຂວງທີ່ມີຜົນງານດີເດັ່ນໃນການປະກອບສ່ວນເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນຂະບວນການແຂ່ງຂັນຮັກຊາດ, ສ້າງບ້ານພັດທະນາ ແລະ ການຜັນຂະຫຍາຍວຽກງານສາມສ້າງເຂົ້າສູ່ລວງເລິກທົ່ວແຂວງຫົວພັນ ໄລຍະ 5 ປີ (2016-2020).
ຂ່າວ-ພາບ: ສົມເພັດ ວິໄລຄຳ.







