ກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກ ແຂວງຫົວພັນ ສະໄໝທີ X

ກອງບັນຊາການ ປ້ອງກັນຊາດ ທະຫານ ແຂວງ ຫົວພັນ, ການເຄື່ອນໄຫວ

ກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກແຂວງຫົວພັນ ສະໄໝທີ X ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນບ່າຍຂອງວັນທີ 12 ມີຖຸນາ 2023 ນີ້ ທີ່ສະໂມສອນໃຫຍ່ຂອງແຂວງ, ພາຍໃຕ້ການເປັນປະທານຂອງ ສະຫາຍ ວັນໄຊ ແພງຊຸມມາ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຫົວພັນ. ເປັນກຽດເຂົ້າຮ່ວມມີ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ, ມີບັນດາພາກສ່ວນທີ່ກ່ຽວຂ້ອງຂັ້ນສູນກາງ, ບັນດາສະຫາຍໃນຄະນະບໍລິຫານງານພັກແຂວງຫົວພັນ ສະໄໝທີ X, ຄະນະບໍລິຫານງານພັກເມືອງ 10 ເມືອງ, ຄະນະພັກພະແນກ, ຄະນະພັກກອງບັນຊາການ, ອົງການທຽບເທົ່າ ແລະ ພາກສ່ວນກ່ຽວຂ້ອງຂັ້ນແຂວງເຂົ້າຮ່ວມນຳ.
ສະຫາຍ ວັນໄຊ ແພງຊຸມມາ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຫົວພັນ ກ່າວເປີດພິທີບາງຕອນວ່າ: ກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກແຂວງຫົວພັນ ສະໄໝທີ X ແມ່ນເຫດການການເມືອງທີມີຄວາມໝາຍສຳຄັນເປັນຢ່າງຍິ່ງ ທັງແມ່ນຄວາມຈຳເປັນພາວະວິໄສ ແລະ ແມ່ນຄວາມຮຽກຮ້ອງຕ້ອງການອັບຮີບດ່ວນ ເພື່ອປັບປຸງ, ເຊີດຊູສະຕິຄວາມຮັບຜິດຊອບຂອງຄະນະພັກ, ຄະນະນຳທຸກຂັ້ນໃຫ້ມີຄວາມປອດໃສ, ໜັກແໜ້ນ, ເຂັ້ມແຂງຕາມທີ່ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງສູນກາງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງທີ່ໄດ້ວາງຄາດໝາຍໄວ້.
ກອງປະຊຸມຄັ້ງນີ້ ຈະແບ່ງອອກເປັນສອງໄລຍະຄື: ວາລະເປີດກວ້າງ ເຊີ່ງຈະໄດ້ຮັບຟັງການຜ່ານ ແລະ ຄົ້ນຄວ້າປະກອບຄຳເຫັນໃສ່ບັນດາເນື້ອໃນເອກະສານ ເປັນຕົ້ນແມ່ນຮ່າງບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງຫົວພັນ ຕິດພັນກັບການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃນໄລຍະກາງສະໄໝ ແລະ ທິດທາງນຳພາປະຕິບັດຄາດໝາຍສູ້ຊົນແຕ່ລະດ້ານໃນໄລຍະຕໍ່ໜ້າ; ຮ່າງບົດສະຫຼຸບຕີລາຄາຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໃນໄລຍະກາງສະໄໝຜ່ານມາ ຕິດພັນກັບການຜັນຂະຫຍາຍ ແລະ ປະຕິບັດ 2 ວາລະແຫ່ງຊາດ ແລະ ທິດທາງນຳພາປະຕິບັດຄາດໝາຍສູ້ຊົນແຕ່ລະດ້ານໃນໄລຍະຕໍ່ໜ້າ; ຮັບຟັງຄະນະພັກຂັ້ນເທິງມີຄຳເຫັນຊີ້ນຳຕໍ່ການປະກອບຄຳຄິດເຫັນໃສ່ຮ່າງບົດສະຫຼຸບ ພ້ອມນີ້, ຈະໄດ້ຮັບຟັງການປະກອບຄຳຄິດເຫັນຂອງບັນດາຜູ້ແທນກອງປະຊຸມຕໍ່ວຽກງານທີ່ຕິດພັນກັບວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ການຈັດຕັ້ງປະຕິບັດວຽກງານຂົງເຂດການເມືອງ, ແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ, ວຽກງານຕິດພັນກັບວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ການຈັດຕັ້ງປະຕິບັດວຽກງານວັດທະນະທຳ-ສັງຄົມ.
ສ່ວນໄລຍະທີ່ສອງແມ່ນວາລະດຳເນີນຊີວິດການເມືອງ ພາຍໃນຄະນະພັກຄະນະບໍລິຫານງານພັກແຂວງ ເຊິ່ງຈະໄດ້ປະກອບຄຳຄິດເຫັນໃສ່ຮ່າງບົດສຳຫຼວດນຳພາລວມ ຂອງຄະນະບໍລິຫານງານພັກແຂວງ ກາງສະໄໝໃນໄລຍະຜ່ານມາ, ວິທີແກ້ໄຂໃນຕໍ່ໜ້າ ແລະ ດຳເນີນການສຳຫຼວດບຸກຄົນພາຍໃນຄະນະພັກ.
ໂອກາດນີ້, ສະຫາຍ ວັນໄຊ ແພງຊຸມມາ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຫົວພັນ ໄດ້ຮຽກຮ້ອງໃຫ້ບັນດາຜູ້ແທນກອງປະຊຸມ ພ້ອມກັນຍົກສູງຄວາມຮັບຜິດຊອບເຂົ້າໃນການຄົ້ນຄວ້າ, ປະກອບຄຳເຫັນໃສ່ບັນດາບັນຫາເນື້ອໃນເອກະສານຕ່າງໆ ໃຫ້ມີເນື້ອໃນເລິກເຊິ່ງ, ກົງໄປກົງມາ, ມີລັກສະນະສ້າງສັນ ແລະ ແທດເໝາະກັບສະພາບຕົວຈິງ ສາມາດນຳໄປອອກເປັນມະຕິ ເພື່ອນຳໄປຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າໃຫ້ມີຜົນສຳເລັດສູງ. ກອງປະຊຸມຄັ້ງນີ້ຈະດຳເນີນເປັນເວລາ 5 ວັນ ຈິ່ງຈະອັດລົງ.