ເພື່ອເປັນການກະກຽມຄວາມພ້ອມໃນການສະເຫຼີມສະຫຼອງ ວັນສ້າງຕັ້ງ ເມືອງວຽງໄຊ ທີ່ໝັ້ນການປະຕິວັດລາວ ຄົບຮອບ 50 ປີ ເຊີ່ງເປັນການສະເຫຼີມສະຫຼອງອັນຍິ່ງໃຫ່ຍໃນລະດັບຊາດ, ຕອນເຊົ້າຂອງວັນທີ 12 ພຶດສະພາ 2018 ຄະນະຄຸ້ມຄອງໂຄງການກໍ່ສ້າງທາງ ເສັ້ນທາງແຕ່ 5 ແຍກທົ່ງນາໄກ່ ເຖີງ ໂຮງຮຽນການເມືອງການປົກຄອງແຂວງ ອອກຫາສາມແຍກ ບ້ານບັກ, ເມືອງວຽງໄຊ ແຂວງຫົວພັນ. ໄດ້ລົງກວດກາ ຜົນສໍາເລັດ100% ຂອງໂຄງການດັ່ງກ່າວ, ເຊີ່ງມີຄວາມຍາວ 3,145 ກມ, ກວ້າງ 7 ແມັດ, ລວມມູນຄ່າການກໍ່ສ້າງທັ້ງໝົດ: 7.889.664.339 ກີບ, ເປັນກຽດເຂົ້າຮ່ວມພິທີຄັ້ງນີ້ ຍັງມີທ່ານ ວັນໄຊ ແພງຊຸມມາ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຫົວພັນ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຂອງແຂວງ, ຂັ້ນເມືອງວຽງໄຊ ເຂົ້າຮ່ວມ. ຜ່ານການກວດກາຕົວຈີງຂອງ ເຫັນວ່າບໍລິສັດ ບຸທະວີຊັບ ກໍ່ສ້າງ ທີ່ເປັນບໍລິສັດຮັບເໝົາກໍ່ສ້າງ ແມ່ນໄດ້ຈັດຕັ້ງປະຕິບັດຖືກຕ້ອງຕາມແບບ ແລະ ມາດຖານເຕັກນິກ, ດ້ວຍເຫດນັ້ນຄະນະຮັບຜິດຊອບ ໄດ້ຮັບຮອງເອົາຜົນສໍາເລັດການກວດກາ 100% ຂອງໂຄງການດັ່ງກ່າວ, ຈາກນັ້ນທ່ານເຈົ້າແຂວງ ໄດ້ກ່າວຄໍາຍ້ອງຍໍຊົມເຊີຍ ບໍລິສັດ ທີ່ມີຄວາມພະຍາຍາມ ແລະ ເອົາໃຈໃສ່ຈັດຕັ້ງປິຕິບັດໂຄງການຈົນມີຜົນສໍາສໍາເລັດຕາມແຜນການ.
ພ້ອມດຽວກັນນັ້ນ ທ່ານ ເຈົ້າແຂວງຫົວພັນ ໄດ້ສຶບຕໍ່ ຢ້ຽມຢາມບັນດາກິດຈະກໍາຕ່າງໆທີ່ກໍາລັງກໍ່ສ້າງ ເພື່ອກະກຽມຄວາມພ້ອມໃສ່ການສະເຫຼີມສະຫຼອງ ວັນສ້າງຕັ້ງເມືອງວຽງໄຊ ທີ່ໝັ້ນການປະຕິບັດລາວ ຄົບຮອບ 50 ປີ, ເຊີ່ງມີບັນດາໂຄງການຕ່າງໆ ດັ່ງລຸ່ມນີ້:
- ໂຄງການກໍ່ສ້າງທາງແຕ່ 5 ແຍກທົ່ງນາໄກ່ – ໂຮງຮຽນການເມືອງ-ການປົກຄອງແຂວງ ( ທີ່ບ້ານບັກ ) ລວມມູນຄ່າ ລ້ານ ກີບ, ປະຈຸບັນກໍ່ສ້າງສຳເລັດແລ້ວ 100%.
- ໂຄງການກໍ່ສ້າງສະໜາມຫຼວງເມືອງວຽງໄຊມູນຄ່າ 5.272 ລ້ານກີບ ປະຈຸບັນສຳເລັດ 40,4%.
- ໂຄງການກໍ່ສ້າງສວນສາທາລະນະເມືອງວຽງໄຊ ມູນຄ່າ 2.606 ລ້ານກີບ ປະຈຸບັນສຳເລັດ 37,89%.
- ໂຄງການສ້ອມແປງຫໍວັດທະນະທຳເມືອງວຽງໄຊ ມູນຄ່າ 3.570 ລ້ານກີບ, ປະຈຸບັນສຳເລັດ 31,02%.
- ໂຄງການສ້ອມແປງທາງເທດສະບານເມືອງວຽງໄຊ ມູນຄ່າ 473 ລ້ານກີບ, ປະຈຸບັນສຳເລັດ 40%.
- ໂຄງການກໍ່ສ້າງທາງວົງວຽນ 5 ແຍກ ທົ່ງນາໄກ່ ແລະ ສ້ອມແປງທາງປູແຮ່ເຂົ້າຫາເດີນບິນວຽງໄຊ ມູນຄ່າ 711 ລ້ານກີບ, ປະຈຸບັນສຳເລັດ 40,48%.
- ໂຄງການສ້ອມແປງ-ປັບປຸງສະໂມສອນເມືອງວຽງໄຊ ມູນຄ່າ 959 ລ້ານກີບ, ປະຈຸບັນສຳເລັດ 70%.
- ໂຄງການພັດທະນາໜອງນ້ຳເຂດຖ້ຳແມ່ໝ້າຍ ມູນຄ່າ 1.527 ລ້ານກີບ, ປະຈຸບັນສຳເລັດ 80%.
- ໂຄງການໂຕໜັງສືໃຫ່ຍໃສ່ຜາຫີນ ຢູ່ທິດໃຕ້ຂອງສະໜາມຫຼວງເມືອງວຽງໄຊ, ລັດຖະບານອະນຸມັດຕາມແຈ້ງການຂອງກະຊວງແຜນການ ແລະ ການລົງທຶນ ມູນຄ່າ 1.308 ລ້ານກີບ, ປະຕິບັດໄດ້ 0% ( ຍ້ອນບໍ່ທັນໄດ້ກໍ່ສ້າງ )
ຜ່ານການລົງຢ້ຽມຢາມແຕ່ລະໂຄງການ ທ່ານ ເຈົ້າແຂວງຫົວພັນ ຍັງເນັ້ນໜັກ ແລະ ມີທິດຊີ້ນໍາຕໍ່ເຈົ້າໂຄງການ ແລະ ບໍລີສັດຮັບເໝົາກໍ່ສ້າງໃຫ້ເອົາໃຈໃສ່ຈັດຕັ້ງປະຕິບັດໃຫ້ສຳເລັດຕາມແຜນການ ທັງຮັບປະກັນທາງດ້ານມາດຖານ-ເຕັກນິກ ເພື່ອເຮັດໃຫ້ການກະກຽມຄວາມພ້ອມ ໃຫ້ແກ່ການສະຫຼອງວັນສ້າງຕັ້ງເມືອງວຽງໄຊ ທີ່ໝັ້ນການປະຕິວັດລາວ ຄົບຮອບ 50 ປີ, ທີ່ຈະຈັດຂື້ນຢູ່ໃນຊ່ວງທ້າຍເດືອນ ພະຈິກ 2018 ທີ່ຈະມາເຖີງນີ້.
ທ່ານ ເຈົ້າແຂວງຢ້ຽມຢາມຈຸດກໍ່ສ້າງທາງວົງວຽນຈຸດ 5 ແຍກທົ່ງນາໄກ່