ໃນຕອນເຊົ້າຂອງວັນທີ 11 ພຶດສະພາ 2018 ຄະນະຄຸ້ມຄອງໂຄງການກໍ່ສ້າງ ທາງ ແລະ ຂົວທີມງານຂອງແຂວງນໍາໂດຍທ່ານ ພອນສຸກ ອີນທະວົງ ກໍາມະການພັກແຂວງ ຫົວໜ້າພະແນກ ໂຍທາທິການ ແລະ ຂົ່ນສົງ ແຂວງ, ທີມງານຂອງເມືອງນໍາໂດຍ ທ່ານ ພຸດພັນ ແກ້ວວົງໄຊ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງຫົວເມືອງ ແລະ ຍັງມີບັນດາທ່ານ ຫົວໜ້າພະແນກ, ຮອງພະແນກ ແລະ ວິຊາການ ຂອງພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ ແລະ ອຳນາດການປົກຄອງບ້ານກ່ຽວຂ້ອງເຂົ້າຮ່ວມ ເຊີ່ງໄດ້ປະສານສົມທົບກັບ ກຸ່ມບໍລິສັດຍອດຈະເລີນ ເພື່ອລົງກວດກາມອບຮັບໂຄງການກໍ່ສ້າງເສັ້ນທາງແຕ່ ບ້ານປ່າຄາໃຕ້ ຫາ ຂົວນໍ້າເປີນ ແລະ ກໍ່ສ້າງຂົວຂ້າມນໍ້າເປີນ 1 ແຫ່ງ (ທາງປູແຮ່ປັບປຸງຍົກລະດັບເສັ້ນທາງຊັ້ນ 5 ເຂດພູດອຍ ກວ້າງ 5 ແມັດ, ລວງຍາວ 4,3 ກມ) ເຊີ່ງກິດຈະກຳໃນການກໍ່ສ້າງຂົວ 1 ແຫ່ງ ມີມູນຄ່າ: 6.260.644.361 ກີບ ແລະ ທາງ 1 ເສັ້ນມູນຄ່າ: 12.135.713.029 ກີບ, ລວມເປັນມູນຄ່າທັ້ງໝົດ: 18.396.357.390 ກີບ, ຜ່ານການກວດກາຕົວຈີງຂອງທີມງານຂອງແຂວງ, ເມືອງຫົວເມືອງ ເຫັນວ່າບໍລິສັດສາມາດຈັດຕັ້ງປະຕິບັດໄດ້ຕາມແບບ ແລະ ຖືກຕ້ອງຕາມມາດຖານເຕັກນີກ ພ້ອມນັ້ນທີມງານດັ່ງກ່າວໄດ້ເຫັນດີ ເອກະພາບຮັບຮອງເອົາຜົນສໍາເລັດ 100% ຂອງໂຄງການດັ່ງກ່າວ.
ກວດກາຜົນສຳເລັດ 100% ໂຄງການກໍ່ສ້າງທາງບ້ານ ປ່າຄາໃຕ້ ຫາ ຂົວນໍ້າເປີນ ແລະ ຂົວນໍ້າເປີນ 1 ແຫ່ງ
